ຍິນດີຕ້ອນຮັບເຂົ້າສູ່ເວັບບອັກ ສະຫວັນນະເຂດ ยินดีต้อนรับสู่ เว็บบล็อก แขวงสะหวันนะเขด Welcome to the Savannakhet Blog.

วันพุธที่ 3 กันยายน พ.ศ. 2568

ວັດເພຍວັດ ຈັນທະຣາຣາມ

ພຣະປະທານເກົ່າ ວັດເພຍວັດ ຈັນທະຣາຣາມ (ພຣະຍາວັດ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ 
.
ວັດພຣະຍາວັດ ເປັນວັດເກົ່າແກ່່ໃນນະຄອນຫຼວງວຽງຈັນ ຕາມຫີນສີລາເລກຂຽນໄວ້ວ່າ ສ້າງຂື້ນໃນປີ ຄສ 1551 ຈຸນລະສັກຣາດ 912 ໂດຍພຣະຍາ ຈັນທະບູຣີ ສຣິສັຕທັມມະໄຕຣໂລກ  ເຊິ່ງນາມເດີມຊື່ວ່າ ພະຍາສຣີສັຕ ທັມມະໄຕຣໂລກ (ຫີນສີລາເລກນີ້ປະຈຸບັນເກັບໄວ້ທີ່ຫໍພຮະແກ້ວ ນະຄອນຫຼວງວຽງຈັນ) ພຣະພຸດທະຮູບເກົ່າຫຼາຍອົງທີ່ເອົາໄປເກັບຮັກສາໄວ້ທີ່ຫໍພຣະແກ້ວ ແລະ ຍັງເຫຼືອຢູ່ວັດເພຍວັດກໍ່ມີ ມີພຣະພຸດທະຮູບຫຼາຍອົງ ທີ່ຂຽນຈຸນລະສັກຣາດໄວ້ ສະແດງໃຫ້ເຫັນວ່າ ສ້າງຂື້ນໃນສັດຕະວັດທີ 16 ຄື ກ່ອນສະໄໝພຣະໄຊຍະເຊດຖາທິຣາດທີ 1 ລົງມາຕັ້ງເມືອງວຽງຈັນເປັນຣາຊທານີປະມານ 9 ປີ ໃນເມື່ອກ່ອນວັດເພຍວັດອາດຈະກວ້າງໃຫ່ຍກວ່າປະຈຸບັນນີ້ ເພາະແຕ່ກ່ອນແມ່ນໃສ່ຊື່ວ່າວັດພຣະຍາວັດ 
.
Cr Photo - EFEO
Cr:ບົດຄວາມ:ລາວTemple
#ລາວTemple

ไม่มีความคิดเห็น:

แสดงความคิดเห็น